01

ຄວາມເປັັນມາ

1 ຄວາມເປັນມາຂອງ
ໃນສະໄໝການປະຕິວັດຊາດປະຊາທິປະໄຕ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ ພ້ອມດຽວກັນນັ້ນກໍຍັງໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍປະຊາຊົນຮຽນໜັງສື ຊຶ່ງເລີ່ມຕົ້ນຈາກການຮ່ຳຮຽນໃນຖັນແຖວພະນັກງານນັກຮົບທີ່ບໍ່ຮູ້ໜັງສືໃຫ້ອ່ານໄດ້ຂຽນເປັນ. ນັບແຕ່ນັ້ນມາວຽກງານລົບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງວັດທະນະທຳ ໄດ້ປົ່ງໜໍ່ຈໍ່ແໜງຂຶ້ນເປັນໄລຍະທຳອິດ ແລະ ຂະຫຍາຍຕົວມາເປັນກ້າວໆ. ໃນຊຸມປີ 1967 ໄດ້ສ້າງຕົວແບບທົດລອງການລົບລ້າງຄວາມບໍ່ຮູ້ ໜັງສືໃຫ້ພະນັກງານ ແລະ ປະຊາຊົນອາຍຸແຕ່ 15-45 ປີ ຢູ່ 3 ບ້ານແຂວງຫົວພັນ ແລະ 5 ບ້ານຢູ່ແຂວງຊຽງຂວາງ, 2 ບ້ານສະຫະ 90; ໃນນີ້ມີບ້ານນາເຮ້ຍ ແລະ ບ້ານນາຄາວ (ຕາແສງຊຽງແມນ ເມືອງຊໍາເໜືອ ແຂວງຫົວພັນ), ບ້ານເອີນ (ຕາແສງປົວ ແຂວງຫົວພັນ) ໄດ້ລົບລ້າງຄວາມບໍ່ຮູ້ໜັງສືມາຕາມລໍາດັບ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ພັກ ແລະ ລັດໄດ້ເຫັນຄວາມສຳຄັນຂອງການສຶກສາທັງໃນ ແລະ ນອກໂຮງຮຽນໂດຍຖືເອົາການສຶກສາຊັ້ນປະຖົມເປັນການສຶກສາພາກບັງຄັບ, ຕາໜ່າງການສຶກສາໄດ້ມີການຂະຫຍາຍຕົວໄປສູ່ເຂດຊົນນະບົດ ຫ່າງໄກ ສອກຫຼີກ. ມາເຖິງວັນທີ 02/05/1979 ແຂວງຫົວພັນໄດ້ປະກາດລົບລ້າງຄວາມບໍ່ຮູ້ໜັງສືເປັນແຂວງທຳອິດໃນປະເທດລາວ. ເພື່ອເປັນການສັນລະເສີນຜົນງານການລົບລ້າງຄວາມບໍ່ຮູ້ໜັງສືທີ່ເປັນແບບຢ່າງອັນດີໃຫ້ແກ່ທຸກໆເມືອງໃນທົ່ວປະເທດ ແລະ ເປັນບົດຮຽນໃຫ້ແກ່ຂະບວນການຈັດຕັ້ງລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ປະຊາຊາດອື່ນໆໃນທົ່ວໂລກ, ອົງການອູຍແນດສະໂກໄດ້ມອບລາງວັນສາກົນ ກຣຸບສະກາຢາ~ ໃຫ້ແກ່ເມືອງຊຽງຄໍ້ແຂວງຫົວພັນ; ຕໍ່ຈາກນັ້ນມາແຕ່ລະແຂວງ ກໍໄດ້ອອກແຮງສູ້ຊົນຈັດຕັ້ງການລົບລ້າງຄວາມບໍ່ຮູ້ໜັງສືໃຫ້ກຸ່ມເປົ້າໝາຍເປັນລຳດັບມາ. ໃນຕົ້ນປີ 1984 ອົງການອູຍແນດສະໂກໄດ້ມອບລາງວັນ }ໂນມາ~ ຊົມເຊີຍການລົບຍລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ຕາແສງຍອດງື່ມ ເມືອງແປກ ແຂວງຊຽງຂວາງ ແລະ ມາຮອດທ້າຍປີ 1984 ສປປ ລາວ ໄດ້ສຳເລັດການລົບລ້າງຄວາມ ບໍ່ຮູ້ໜັງສືທົ່ວປະເທດ.
ໃນວັນທີ 7 ສິງຫາ 1979 ໄດ້ມີກອງປະຊຸມປະສົມລະຫວ່າງ ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີ ກ່ຽວກັບວຽກງານການສຶກສາ, ໄດ້ມີມະຕິຕົກລົງແຕ່ງຕັ້ງຄະນະຊີ້ນໍາຂະບວນການລົບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງວັດທະນະທໍາຂັ້ນສູນກາງ ແລະ ທ້ອງຖິ່ນ. ໃນນີ້ຄະນະຊີ້ນໍາຂັ້ນສູນກາງ ແມ່ນທ່ານປະທານສຸພານຸວົງ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ, ປະທານສະພາປະຊາຊົນສູງສຸດ, ປະທານສູນກາງແນວລາວສ້າງຊາດ ທັງເປັນປະທານຄະນະຊີ້ນໍາຂະບວນການລົບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງວັດທະນະທໍາ ຈາກນັ້ນມາວຽກງານບຳລຸງວັດທະນະທຳ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ຜູ້ທີ່ໄດ້ຮັບການລົບລ້າງຄວາມບໍ່ຮູ້ໜັງສືແລ້ວນັ້ນໂດຍສະເພະແມ່ນພະນັກງານກໍໄດ້ເຂົ້າຮຽນຕໍ່ໃນຂັ້ນປະຖົມ ແລະ ຜູ້ທີ່ມີລະດັບຈົບປະຖົມແລ້ວກໍເຂົ້າຮຽນຕໍ່ໃນຂັ້ນມັດທະຍົມ ໃນທົ່ວປະເທດ, ນັບແຕ່ຂັ້ນສູນກາງ ລົງໄປສູ່ຂັ້ນທ້ອງຖິ່ນໄດ້ມີໂຮງຮຽນບຳລຸງວັດທະນະທຳຂັ້ນຕ່າງໆອີງຕາມຄວາມຮຽກຮ້ອງຕ້ອງການຂອງທ້ອງຖິ່ນຕົນເອງຄື: ຂັ້ນສູນກາງໄດ້ມີໂຮງຮຽນບຳລຸງວັດທະນະທຳຂັ້ນສູນກາງ 1 ແຫ່ງທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງສຶກສາຊຶ່ງເອີ້ນຊື່ວ່າ “ໂຮງຮຽນບຳລຸງວັດທະນະທຳກຳມະກອນ-ຊາວນາ” ຕັ້ງຢູ່ນະຄອນຫຼວງວຽງຈັນ ຮັບເອົາພະນັກງານຂັ້ນສູນກາງມາບໍາລຸງຍົກລະດັບຊັ້ນມັດທະຍົມ, ປີ 1989 ໄດ້ຫັນເປັນໂຮງຮຽນບໍາລຸງວັດທະນະທໍາສູນກາງ ແລະ ຮອດປີ 1992 ໄດ້ຫັນເປັນສູນການສຶກສານອກໂຮງຮຽນ ແລະ ເປັນສູນພັດທະນາການສຶກສານອກໂຮງຮຽນຈົນເຖິງປະຈຸບັນ.
ປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 62/ນຍ ລົງວັນທີ 8 ສິງຫາ 1992 ວ່າດ້ວຍການເປີດບັ້ນລຶບລ້າງຄວາມບໍ່ຮູ້ໜັງສື ແລະ ການຜັນຂະຫຍາຍແຜນງານແຕ່ລະໄລຍະໃຫ້ສໍາເລັດຜົນ. ຄະນະພັກ, ອໍານາດການ ປົກຄອງແຂວງ ແລະ ຂະແໜງການສຶກສາໄດ້ຈັດຕັ້ງການເຊື່ອມຊຶມຄໍາສັ່ງດັ່ງກ່າວ ເພື່ອເປັນທິດທາງສືບຕໍ່ເປີດຂະບວນການຮຽນ-ການສອນລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ປະຊາຊົນທີ່ຍັງກືກ ແລະ ກືກຄືນຢ່າງເປັນຂະບວນຕໍ່ເນື່ອງຕະຫຼອດມາ ໂດຍໄດ້ປັບປຸງເນື້ອໃນຫຼັກສູດໃໝ່, ຮູບແບບ ແລະ ວິທີການຈັດຕັ້ງການສອນ-ການຮຽນໃຫ້ເໝາະສົມກັບສະພາບຕົວຈິງ ແລະ ແບບແຜນການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໂດຍເອົາ "ການອົບຮົມວິຊາຊີບຂັ້ນພື້ນຖານຄວບຄູ່ໄປກັບການລົບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຍົກລະດັບການສຶກສາ".
ກົມປະຊາສຶກສາ ແລະ ບຳລຸງວັດທະນະທຳ ຊຶ່ງໄດ້ສ້າງຕັ້ງຂຶ້ນພາຍຫຼັງປະເທດຊາດໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາຈົນຮອດປີ 1993, ກະຊວງສຶກສາທິການໄດ້ມີຂໍ້ຕົກລົງ ສະບັບເລກທີ 319/ສສ/93, ລົງວັນທີ 23/6/1993 ວ່າດ້ວຍການຈັດຕັ້ງ ແລະ ພາລະບົດບາດຂອງຫ້ອງການ ແລະ ກົມຕ່າງໆ, ໃນນັ້ນກົມປະຊາສຶກສາ ແລະ ບຳລຸງວັດທະນະທຳໄດ້ປ່ຽນຊື່ມາເປັນ ກົມການສຶກສານອກລະບົບໂຮງຮຽນ ຊຶ່ງມີບົດບາດ, ສິດ ແລະ ໜ້າທີ່ເປັນເສນາທິການໃຫ້ກະຊວງສຶກສາໃນເຊັ່ນ:  ວຽກງານລົບລ້າງຄວາມບໍ່ຮູ້ໜັງສື, ການສຶກສາຂັ້ນປະຖົມໃຫ້ແກ່ປະຊາຊົນ ທຸກຊົນເຜົ່າໃນຂອບເຂດທົ່ວປະເທດໂດຍສະເພາະແມ່ນແມ່ຍິງ ແລະ ຊົນເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີລະດັບການສຶກສາຂັ້ນພື້ນຖານ; ‚ ວຽກງານບໍາລຸງຍົກລະດັບການສຶກສາຂັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃຫ້ພະນັກງານທະຫານຕຳຫຼວດ ແລະ ƒ ການສົ່ງເສີມວິຊາຊີບຂັ້ນພື້ນຖານໃຫ້ແກ່ປະຊາຊົນຜູ່ທີ່ດ້ອຍໂອກາດທາງການສຶກສາ ແລະ ຜູ່ມີລາຍໄດ້ໜ້ອຍໃຫ້ມີລາຍໄດ້ເພີ່ມຂື້ນ ແລະ ດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງມີຄວາມສຸກ.
ໂຄງປະກອບການຈັດຕັ້ງ
ໂຄງປະກອບການຈັດຕັ້ງຂອງການສຶກສານອກໂຮງຮຽນ ປະກອບດ້ວຍກົມການສຶກສານອກໂຮງຮຽນ, ຂະແໜງສຶກສານອກໂຮງຮຽນຢູ່ຂັ້ນແຂວງ, ໜ່ວຍງານສຶກສານອກໂຮງຮຽນຢູ່ຂັ້ນເມືອງ ໄປຕາມລະບົບກົງຈັກຂອງກະຊວງສຶກສາທິການ ແລະ ກິລາ. ນອກຈາກນີ້ຍັງມີສູນການສຶກສານອກໂຮງຮຽນຂັ້ນພາກມີ 3 ແຫ່ງ ຊຶ່ງຕັ້ງຢູ່ສູນກາງທີ່ນະຄອນຫຼວງວຽງຈັນ 1 ແຫ່ງ, ສູນການສຶກສານອກໂຮງຮຽນພາກເໜືອຕັ້ງຢູ່ແຂວງຫຼວງພະບາງ ແລະ ສູນການສຶກສານອກໂຮງຮຽນພາກໃຕ້ຕັ້ງຢູ່ແຂວງຈໍາປາສັກ. ສູນການສຶກສານອກໂຮງຮຽນຂັ້ນມີຢູ່ 17 ແຂວງທົ່ວປະເທດ, ມີສູນການສຶກສານອກໂຮງຮຽນຂັ້ນເມືອງ 29 ແຫ່ງ ແລະ ມີສູນການຮຽນຮູ້ຊຸມຊົນ 342 ແຫ່ງຊຶ່ງຕັ້ງຢູ່ລະດັບກຸ່ມບ້ານ ແລະ ເຂດຈຸດສຸມພັດທະນາ. ກົມການສຶກສານອກໂຮງຮຽນຊຶ່ງ ມີພາລະບົດບາດ ແລະ ໜ້າທີ່ຕົ້ນຕໍແມ່ນ: 1) ຄົ້ນຄ້ວາ, ວາງແຜນພັດທະນາການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫຼອດຊີວິດ; 2) ສ້າງ ແລະ ປັບປຸງນິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງ-ບໍລິຫານການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫຼອດຊີວິດ; 3) ຊີ້ນໍາການພັດທະນາຫຼັກສູດ, ຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດຫຼັກສູດຂອງການສຶກສານອກໂຮງຮຽນ; 4) ຊີ້ນໍາການສອບເສັງຈົບຊັ້ນລະບົບບໍາລຸງໃນຂອບເຂດທົ່ວປະເທດ; 5) ຈັດຝຶກອົບຮົມ, ຕິດຕາມ ແລະ ປະເມີນຜົນການຈັດການຮຽນ-ການສອນຂອງຄູການສຶກສານອກໂຮງຮຽນ ແລະ 6) ຄຸ້ມຄອງສູນພັດທະນາການສຶກສານອກໂຮງຮຽນ, ສູນການສຶກສານອກໂຮງຮຽນປະຈໍາພາກ ແລະ ສູນຝຶກອົບຮົມວິຊາຊີບຂັ້ນພື້ນຖານ ຕາມການແບ່ງຂັ້ນຄຸ້ມຄອງ.
ເຊິ່ງປະຈຸບັນແມ່ນມີຢູ່ 4 ພະແນກຄື: ພະແນກບໍລິຫານ, ພະແນກການສຶກສາຕໍ່ເນື່ອງ, ພະແນກວິຊາຊີບຂັ້ນພື້ນຖານ ແລະ ພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ.